ເລືອກພາສາທີ່ຕ້ອງການສະແດງຜົນ

MoES Facebook

Video

      ຢຸດຕິການກະທຳຄວາມຮຸນແຮງຕໍ່ແມ່ຍິງ

      

visit

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday247
mod_vvisit_counterYesterday4162
mod_vvisit_counterThis week17905
mod_vvisit_counterLast week12602
mod_vvisit_counterThis month41650
mod_vvisit_counterLast month81332
mod_vvisit_counterAll days168490

We have: 32 guests, 6 bots online
Your IP: 54.147.253.45
 , 
Today: ມ.ກ. 18, 2017


ຂຽນໂດຍ ສາວ​ສະຫວັນ   

ແຜນ​ພັດທະນາ​ຂະ​ແໜງການ​ສຶກສາ-​ກິລາ 2016-2020 ມີເປົ້າໝາຍສານຕໍ່ຜົນສໍາເລັດ

ໄລຍະ 5 ປີຜ່ານມາ


   ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ​ແຕ່ 2016-2020 ມີເປົ້າໝາຍແນໃສ່ເພື່ອສານ

   ຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃນໄລຍະ 5 ປີ

   ຜ່ານມາ (2011-2015).


       ອີງຕາມວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາຂະແໜງ ການສຶກສາ ແລະ ກິລາ 5ປີ

ຄັ້ງທີ 8 (2016-2020) ຂອງ​ຂະ​ແໜງການ​ສຶກສາ-​ກິລາ ​ໃຫ້​ຮູ້​ວ່າ:  ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ​ແຕ່ 2016

-2020 ມີເປົ້າໝາຍແນໃສ່ເພື່ອສານຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃນໄລຍະ 5

ປີຜ່ານມາ (2011-2015) ເພື່ອແກ້ໄຂບັນຫາ ແລະ  ສິ່ງທ້າທາຍຕ່າງໆທີ່ຍັງມີ ຄື:  ລັດຖະບານສືບຕໍ່ປັບປຸງການວາງແຜນນະໂຍ

ບາຍທີ່ເປັນຍຸດທະສາດ, ການສ້າງແຜນງົບປະມານ ແລະ ປັບປຸງຂີດຄວາມສາມາດດ້ານການຕິດຕາມກວດກາ ແລະ ປະເມີນຜົນ

ເພື່ອປັບປຸງການຈັດຕັ້ງປະຕິບັດນະໂຍບາຍການແບ່ງຂັ້ນຄຸ້ມຄອງໃຫ້ປະສົບຜົນສໍາເລັດໄດ້ ຈະຕ້ອງໄດ້ສືບຕໍ່ປັບປຸງຄວາມສອດ

ຄ່ອງໃນຂັ້ນທ້ອງຖິ່ນຕໍ່ກັບທິດທາງນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ. ພ້ອມກັນນັ້ນ, ກໍ່ຈໍາເປັນຕ້ອງຍົກສູງ ແລະ

ສ້າງຄວາມເຂັ້ມແຂງດ້ານທັກສະໃຫ້ແກ່ພະນັກງານຕໍ່ໄປ; ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີໄດ້ເພີ່ມຂຶ້ນຈາກ 23 ເປີເຊັນ

ເຖິງ 43 ເປີເຊັນ ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ແຕ່ປີ 2011-2015.


         ເຖິງຢ່າງໃດກໍ່ດີ, ຈາການປຶກສາຫາລືກັບແຂວງ ແລະ ເມືອງ ຊີ້ໃຫ້ເຫັນວ່າ ການສຶກສາກ່ອນໄວຮຽນໃນລະດັບແຂວງ

ແລະ ເມືອງ ຍັງຈຳເປັນຕ້ອງໄດ້ສືບຕໍ່ຂະຫຍາຍເພື່ອຕອບສະໜອງກັບຄວາມຕ້ອງການຂອງສັງຄົມ. ການຈັດຕັ້ງປະຕິບັດແຜນ

ງານການກຽມຄວາມພ້ອມໃຫ້ແກ່ເດັກເພື່ອເຂົ້າຮຽນຊັ້ນປະຖົມ ໂດຍອາໄສຊຸມຊົນເປັນຫຼັກນັ້ນ ກໍ່ຍັງປະສົບກັບບັນຫາ ແລະ

ສິ່ງທ້າທາຍຕ່າງໆ ຍ້ອນວ່າ ຍັງມີຫ້ອງກຽມປະຖົມຫຼາຍຫ້ອງຍັງບັນຈຸເອົາເດັກນ້ອຍໃນເກນອາຍຸ 3-5 ປີເຂົ້າລວມກັນຢູ່. ສະ

ນັ້ນ, ການສຶກສາເດັກກ່ອນໄວຮຽນ ມີຄວາມຈໍາເປັນຕ້ອງເລັ່ງໃສ່ການກຽມຄຸນະພາບໃຫ້ແກ່ເດັກຜູ້ທີ່ເຂົ້າຮຽນສະ ເພາະໃນຊັ້ນ

ປະຖົມເປັນຫຼັກ.


         ສະ​ເພາະບາດກ້າວໃນຕໍ່ໜ້າ, ບັນຫາທ້າທາຍສໍາຄັນຂອງຂະແໜງການສຶກສາ ກໍ່ຄື ການຫຼຸດຜ່ອນອັດຕາການປະລະການ

ຮຽນ ແລະ ອັດຕາຄ້າງຫ້ອງ ປ1 ທີ່ຍັງມີສູງຢູ່ຕະຫຼອດໄລຍະ 5 ປີທີ່ຜ່ານມາ ຈາກບາງສາເຫດຕົ້ນຕໍ່ ຄື: ບ່ອນທໍາການຜະລິດກະ

ສິກໍາ ແລະ ໂຮງຮຽນ ແມ່ນຍັງຫ່າງໄກກັນ, ຂາດໂອກາດໃນການເຂົ້າເຖິງການສຶກສາກ່ອນໄວຮຽນ, ໂຮງຮຽນມູນລະປະຖົມຍັງ

ມີຫຼາຍ ແລະ ຍັງມີການສິດສອນຫ້ອງຄວບ ເພື່ອຫຼຸດຜ່ອນບັນຫາການປະລະ ແລະ ການຄ້າງຫ້ອງລົງ ມັນມີຄວາມຈໍາເປັນຕ້ອງ

ປະຕິບັດໂຄງການອາຫານໃນໂຮງຮຽນ, ການສະໜັບສະໜູນການເຝິກອົບຮົມຄູ ແລະ ປະສິດທິພາບຂອງຫ້ອງຮຽນ, ການສ້າງ

ຂີດຄວາມສາມາດໃຫ້ແກ່ຜູ້ອໍານວຍການດ້ານການບໍລິຫານຄຸ້ມຄອງໂຮງຮຽນ, ການເຝິກອົບຮົມຄະນະພັດທະນາການສຶກສາຂັ້ນ

ບ້ານ ແລະ ການໃຊ້ຄູສຶກສານິເທດໃຫ້ມີປະສິດທິຜົນ.


         ສໍາລັບຜົນການປະເມີນການຮຽນຮູ້ນັກຮຽນ ປ5 ກ່ຽວກັບວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ (ASLO

2009) ຊີ້ໃຫ້ເຫັນວ່າ ອັດຕານັກຮຽນທີ່ສາມາດບັນລຸລະດັບພາສາລາວ ທີ່ຈະສາມາດສືບຕໍ່ການຮຽນໃນຊັ້ນມັດທະຍົມຕົ້ນໄດ້

ພຽງແຕ່ 20 ເປີເຊັນເທົ່ານັ້ນ, ເຊິ່ງມີຄວາມແຕກໂຕນກັນຫຼາຍໃນລະດັບພູມີພາກ. ຜົນການຮຽນຮູ້ດ້ານຄະນິດສາດຂອງນັກຮຽນ

ປ5 ກໍ່ຍັງບັນລຸໄດ້ໃນລະດັບຕໍ່າຫຼາຍ, ເຊິ່ງບັນຫານີ້, ສ່ວນໜຶ່ງກໍ່ແມ່ນມາຈາກບັນຫາທັກສະຄວາມຮູ້ພາສາລາວຕໍ່າ, ນັກຮຽນຂາດ

ຄວາມຮູ້ກ່ຽວກັບຄໍາສັບພື້ນຖານທີ່ຈໍາເປັນສໍາລັບວິຊາຄະນິດສາດ  ແລະ  ວິຊາໂລກອ້ອມຕົວກໍ່ເຊັນດຽວກັນ ສ່ວນຄູສອນກໍ່ມີ

ຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອ ເພື່ອໃຫ້ສາມາດຊ່ວຍເຫຼືອນັກຮຽນຜູ້ທີ່ບໍ່ເວົ້າພາສາລາວ ເພື່ອໃຫ້ເຂົາສາມາດຮຽນຮູ້ພາ

ສາລາວໄດ້ດີ ໂດຍສະເພາະກໍ່ແມ່ນໃນການສອນຫ້ອງຄວບ; ນະໂຍບາຍເລື່ອນຂັ້ນແບບຕໍ່ເນື່ອງໄດ້ຮັບການະພັດທະນາຂຶ້ນ ເພື່ອ

ແກ້ໄຂບັນຫານັກຮຽນອ່ອນ ໂດຍສະເພາະແມ່ນເພື່ອຫຼຸດຜ່ອນການຄ້າງຫ້ອງ. ທັງ​ນີ້, ເພື່ອຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໃຫ້

ບັນລຸຜົນໄດ້ ຈຶ່ງມີຄວາມຈໍາເປັນທີ່ໂຮງຮຽນຈະຕ້ອງຈັດຕັ້ງການສອນເພີ່ມໃນໄລຍະພັກຮຽນ; ຜົນຂອງການວິໄຈຂໍ້ມູນໂຮງຮຽນ

ໃນສົກຮຽນ 2013-2014 ໂດຍສູນສະຖິຕິ ຊີ້ໃຫ້ເຫັນວ່າ ການສັບຊ້ອນ ແລະ ບັນຈຸຄູໃຫ້ມີປະສິດທິຜົນເປັນສິ່ງທີ່ຈໍາເປັນຕ້ອງ

ໄດ້ປັບປຸງໃນບັນດາແຂວງຕ່າງໆ; ການປັບປຸງຄວາມແຕກໂຕນດ້ານຄວາມສະເໝີພາບຍິງ-ຊາຍ ຍັງປະສົບຂໍ້ຫຍຸ້ງຍາກ ຍ້ອນບັນ

ຫາຄວາມຈໍາກັດດ້ານຈິດສໍານຶກ ແລະ ການຍອມຮັບ, ​ເຊິ່ງຈໍາເປັນຈະຕ້ອງເອົາໃຈໃສ່ຢ່າງເປັນລະບົບຕໍ່ຄວາມຕ້ອງການຂອງເດັກ

ນອກໂຮງຮຽນ, ເຍົາວະຊົນ ແລະ ຊາວໜຸ່ມ. ໃນນັ້ນ, ກໍ່ລວມທັງຜູ້ພິການ, ເດັກໃຊ້ແຮງງານ ແລະ ອື່ນໆ.


         ນອກຈາກນີ້, ຍັງມີການປັບປຸງການເຂົ້າຮຽນໃນລະດັບມັດທະຍົມສຶກສາ ທີ່​ມີຄວາມຈໍາເປັນເພີ່ມອັດຕາຈົບຊັ້ນປະຖົມ

ສຶກສາ ຍ້ອນວ່າອັດຕາການເລື່ອນຊັ້ນມີສູງຢູ່ແລ້ວ, ການປັບປຸງຄຸນະພາບຂອງອາຊີວະສຶກສາ ແລະ ອົບຮົມວິຊາຊີບເປັນສິ່ງຈໍາ

ເປັນ ເພື່ອເພີ່ມຈໍານວນຜູ້ເຂົ້າຮຽນໃນສາຍວິຊາຊີບໃຫ້ຫຼາຍຂຶ້ນ, ເພີ່ມກິດຈະກໍາການສໍາຫຼວດໃນມະຫາວິທະຍາໄລ ແລະ ການ

ເຂົ້າຮຽນໃນມະຫາວິທະຍາໄລໃຫ້ມີຄວາມສອດຄ່ອງກັບເປົ້າໝາຍການພັດທະນາແຫ່ງຊາດຫຼາຍຂຶ້ນກະຊວງສຶກສາທິການ ແລະ

ກິລາ ເປັນແກນນໍາໃນການພັດທະພນາຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໂດຍອອກແບບເພື່ອຮັບປະ

ກັນໃຫ້ທຸກຂະແໜງການພັດທະນາພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຕາມ

ມະຕິກອງປະຊຸມພັກປະຊາຊົນປະຕິວັດລາວ ຄັ້ງທີ 9 ແລະ ໂອກາດການເຂົ້າເຖິງກິລາ-ກາຍະກໍາ ໃນແຕ່ລະພາກ ຫຼື ໃນແຕ່

ລະກຸ່ມຄົນໃນທົ່ວປະເທດຍັງບໍ່ເທົ່າທຽມກັນ. ກິລາ-ກາຍະກໍາຂອງລາວ ມີຄວາມຈໍາເປັນຕ້ອງໄດ້ຮັບການພັດທະນາ ເພື່ອໃຫ້

ສາມາດເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນໄດ້.